ມາພັດທະນາການທ່ອງທ່ຽວລາວໃຫ້ປະທັບໃຈ

ເພີ່ມຄວາມຮູ້, ເສີມສ້າງສັງຄົມ, ຮັກສາວັດທະນາທຳ

ເພີ່ມຈຸດໝາຍປາຍທາງ ສ້າງການທ່ອງທ່ຽວລາວ ໃຫ້ປະທັບໃຈ

Laos
Simply Beautiful

ພະແນກທ່ອງທ່ຽວແບບອະນຸລັກ ແລະ ບໍລິຫານ

ກົມພັດທະນາການທ່ອງທ່ຽວລາວ
Image

ອີງໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ, ຕາມທິດທີ່ມີຈຸດສຸມ, ມີປະສິດທິຜົນ, ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ລັດຖະບານສົ່ງເສີມວຽກງານການທ່ອງທ່ຽວຕິດພັນກັບການອະນຸລັກຮີດຄອງປະເພນີ, ວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດໃຫ້ຍືນຍົງ. ຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມໃນການທ່ອງທ່ຽວຫຼາຍຂັ້ນ, ສົ່ງເສີມຜະລິດຕະພັນຫັດຖະກໍາທີ່ເປັນເອກະລັກທ້ອງຖີ່ນ,ເພີ່ມລາຍການນາທ່ຽວໃຫ້ມີຫຼາຍຮູບແບບແລະ ຫຼາຍວິທີ. ສົ່ງເສີມການບໍລິການແລະການຈໍາໜ່າຍສິນຄ້າພາຍໃນຢູ່ກັບທີ່ເຊິ່ງເປັນການສ້າງລາຍໄດ້ໃຫ້ແກ່ປະຊາຊົນ, ເປີດກ້ວາງການມີສ່ວນຮ່ວມຂອງປະຊາຊົນ,ສົ່ງເສີມການລົງທືນຂອງພາກທຸລະກິດຈາກພາຍໃນ ແລະຕ່າງປະເທດດ້ວຍການວາງນະໂຍບາຍເພື່ອສ້າງສະພາບແວດລ້ອມ, ເງື່ອນໄຂອໍານວຍຄວາມສະດວກຕ່າງໆໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ດາວໂລດປື້ມບັນຊີແຫຼ່ງທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ
This image for Image Layouts addon

ມາດຕະຖານການທ່ອງທ່ຽວແບບອະນຸລັກອາຊຽນ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ເປັນເຈົ້າພາບຈັດຝຶກອົບຮົມຜູ້ປະເມີນມາດຕະຖານການທ່ອງທ່ຽວອະນຸລັກອາຊຽນ ໃນລະຫວ່າງວັນທີ 20-22 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກອາຊຽນ ຈໍານວນ 10 ປະເທດ, ມີຜູ້ເຂົ້າຮ່ວມເປັນຜູ້ປະເມີນທັງໝົດ 42 ທ່ານ. ຈຸດປະສົງຂອງການຝຶກອົບຮົມດັ່ງກ່າວ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂອງບັນດາປະເທດສະມາຊິກອາຊຽນ ໃຫ້ນໍາໄປເຜີຍແຜ່ ແລະ ຜັນຂະຫຍາຍຢູ່ແຕ່ລະປະເທດ. ມາດຕະຖານການທ່ອງທ່ຽວອະນຸລັກອາຊຽນ ແມ່ນ ສປປ ລາວ ໄດ້ເປັນເຈົ້າການສ້າງໃນປີ 2024 ຊຶ່ງເປັນໜຶ່ງໃນເອກະສານບູລິມະສິດໃນໄລຍະ ສປປ ລາວ ເປັນປະທານອາຊຽນ ແລະ ໄດ້ຖືກຮັບຮອງໃນກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 44 ແລະ 45 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 9 ຕຸລາ 2024.
ການຝຶກອົບຮົມດັ່ງກ່າວແມ່ນໄດ້ ແບ່ງອອກເປັນ 2 ຂັ້ນຕອນຄື: 1) ຝຶກອົບຮົມຜ່ານທາງອອນລາຍ ເພື່ອທໍາຄວາມເຂົ້າໃຈກ່ອນລ່ວງໜ້າກ່ຽວກັບອົງປະກອບ ແລະ ເງື່ອນໄຂຂອງມາດຕະຖານການທ່ອງທ່ຽວແບບອະນຸລັກອາຊຽນ ຊຶ່ງໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວໃນໜຶ່ງອາທິດທີ່ຜ່ານມາ ແລະ  2) ເປັນການຝຶກອົບຮົມກັບທີ່ຢູ່ນະຄອນຫຼວງວຽງຈັນ ໂດຍມີບັນດາຜູ້ເຂົ້າຮ່ວມຈາກປະເທດສະມາຊິກອາຊຽນປະເທດລະ 2 ທ່ານ ເດີນທາງມາເຂົ້າຮ່ວມ ໃນນີ້ຈະໄດ້ມີການທວນຄືນບັນດາເນື້ອໃນເງື່ອນໄຂຂອງໝາດຕະຖານ ເຊິ່ງປະກອບດ້ວຍ: 9 ຫຼັກການຫຼັກ ແລະ 65 ຕົວຊີ້ບອກ, ດໍາເນີນການທົດລອງປະເມີນຕົວຈິງຢູ່ພາກສະໜາມຢູ່ສະຖານທີ່ທ່ອງທ່ຽວນໍ້າປຽນຢໍລາປາ ໃນນີ້ຜູ້ເຂົ້າຮ່ວມຈະໄດ້ຝຶກຝົນວິທີການກວດສອບເອກະສານຕ່າງໆ ແລະ ຮຽນຮູ້ວິທີການຄິດໄລ່ຄະແນນ ໂດຍຈະໄດ້ລົງເລິກ 3 ອົງປະກອບຄື: ກິດຈະກຳການທ່ອງທ່ຽວ, ສິ່ງອຳນວຍຄວາມສະດວກ ແລະ ການບໍລິການ. ການຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມທັງໝົດ ຍັງຈະໄດ້ລົງພື້ນທີ່ຕົວຈິງທີ່ສະຖານທີ່ທ່ອງທ່ຽວ ນໍ້າປຽນຢໍລະປາ ທີ່ນະຄອນຫຼວງວຽງຈັນ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງໃນການປະເມີນ ແລະ ໃຫ້ຄໍາແນະນໍາໃນການປັບປຸງໃຫ້ໄດ້ຕາມມາດຕະຖານ. 
Learn More
Image

5 ລາຍການທີ່ໄດ້ຖືກຮັບຮອງທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ:

ເປັນ 5 ລາຍການໂດດເດັ່ນ ແລະ ຄວນເອົາເປັນແບບຢ່າງເຊັ່ນ:

1). ບ້ານກອງລໍເມືອງຄູນຄໍາແຂວງຄໍາມ່ວນ
2). ການທ່ອງທ່ຽວເຮືອນພັກເທິງຕັ້ນໄມ້ (Tree Top Experience) ບ້ານໜອງຫຼວງເມືອງປາກຊ່ອງແຂວງຈໍາປາສັກ
3). ບ້ານນາລັນເມືອງນຳ້ທາແຂວງຫຼວງນຳ້ທາ
4). ກິດຈະກໍາການທ່ອງທ່ຽວເຮືອນເທິງຕົ້ນໄມ້ (The Gibbon Experience)ບ້ານຕູບ ເມືອງຫ້ວຍຊາຍ ແຂວງບໍແກ້ວ
5). ຣິສອດນຳ້ກັດຢໍລະປາເມືອງໄຊ ແຂວງອຸດົມໄຊ

ການພັດທະນາການທ່ອງທ່ຽວແບບປະຊາຊົນແຕ່ລະທ້ອງຖິ່ນໃນທົ່ວປະເທດມີດັ່ງນີ້:

0
ລາຍການ
0
ບ້ານ
0
ເມືອງ
0
ແຂວງ
Image

4 ບ້ານໄດ້ຖືກຮັບຮອງເປັນບ້ານມາດຕະຖານເຮືອນພັກແຮມອາຊຽນໄດ້ແກ່:

ເປັນ 5 ລາຍການໂດດເດັ່ນ ແລະ ຄວນເອົາເປັນແບບຢ່າງເຊັ່ນ:

1) ບ້ານນາດ້ວງເມືອງວັງວຽງແຂວງວຽງຈັນ
2) ບ້ານດອນໂຄເມືອງຊະນະສົມບູນແຂວງຈໍາປາສັກ
3) ບ້ານດອນແດງເມືອງປະທຸມພອນແຂວງຈໍາປາສັກ
4) ບ້ານວຽງເໜືອເມືອງນຳ້ທາແຂວງຫຼວງນຳ້ທາ.

ການພັດທະນາເຮືອນພັກປະຊາຊົນ(ໂຮມສະເຕ) ແຕ່ລະທ້ອງຖິ່ນໃນທົ່ວປະເທດມີຈຳນວນດັ່ງນີ້:

0
ເຮືອນພັກແຮມ
0
ບ້ານ
0
ເມືອງ
0
ລາງວັນ

ທີມງານ ພະແນກການທ່ອງທ່ຽວ ແບບອະນຸລັກ

ຄະນະຊີ້ນຳພະແນກ
ທ່ານ ...
ທ່ານ ...ຫົວໜ້າພະແນກການທ່ອງທ່ຽວແບບອະນຸລັກ ແລະ ບໍລິຫານ
ທ່ານ ຈັນທະນູ ສີວິໄລ
ທ່ານ ຈັນທະນູ ສີວິໄລວິຊາການພະແນກການທ່ອງທ່ຽວແບບອະນຸລັກ ແລະ ບໍລິຫານ
ທ່ານ ບົວແວງ ບຸນຍະແສງ
ທ່ານ ບົວແວງ ບຸນຍະແສງວິຊາການພະແນກການທ່ອງທ່ຽວແບບອະນຸລັກ ແລະ ບໍລິຫານ
ທ່ານ ນ. ແດງ ພານຸເດດ
ທ່ານ ນ. ແດງ ພານຸເດດຮອງຫົວໜ້າພະແນກການທ່ອງທ່ຽວແບບອະນຸລັກ ແລະ ບໍລິຫານ
ທ່ານ ວົງເພັດ ໄຊຍະລາດ
ທ່ານ ວົງເພັດ ໄຊຍະລາດວິຊາການພະແນກການທ່ອງທ່ຽວແບບອະນຸລັກ ແລະ ບໍລິຫານ
ທ່ານ ທີນະຄອນ ພົມມະໄກສອນ
ທ່ານ ທີນະຄອນ ພົມມະໄກສອນວິຊາການພະແນກການທ່ອງທ່ຽວແບບອະນຸລັກ ແລະ ບໍລິຫານ
ທ່ານ ວົງແກ້ວ ສີອຳພອນ
ທ່ານ ວົງແກ້ວ ສີອຳພອນວິຊາການພະແນກການທ່ອງທ່ຽວແບບອະນຸລັກ ແລະ ບໍລິຫານ
ທ່ານ ເລີດປັນຍາ ສຸວັນນະແສງ
ທ່ານ ເລີດປັນຍາ ສຸວັນນະແສງວິຊາການພະແນກການທ່ອງທ່ຽວແບບອະນຸລັກ ແລະ ບໍລິຫານ
ທ່ານ ວົງສະຫວັນ ໝັ້ນອານົງ
ທ່ານ ວົງສະຫວັນ ໝັ້ນອານົງວິຊາການພະແນກການທ່ອງທ່ຽວແບບອະນຸລັກ ແລະ ບໍລິຫານ
ທ່ານ ນ ພວງວັນ ຮຸ່ງທະຈັກ
ທ່ານ ນ ພວງວັນ ຮຸ່ງທະຈັກວິຊາການພະແນກການທ່ອງທ່ຽວແບບອະນຸລັກ ແລະ ບໍລິຫານ

ປື້ມຕ່າງໆ ສຳລັບດາວໂລດ

Documents to Download
ບັນຊີແຫຼ່ງທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ

ບັນຊີແຫຼ່ງທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ

ຈຸດປະສົງຕົນຼຕໍຂອງການສ້າງບັນຊີແຫຼ່ງທຼ່ອງທຼ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ ນັ້ນແມ່ນເພື່ອ ໃຫ້ຮູ້ເຖິງຈໍານວນ, ລາຍລະອຽດ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ ຢູ່ບັນດາແຂວງ ເຫຼົ່ານັ້ນ, ກິດຈະກໍາການທ່ອງທ່ຽວຊຸມຊົນທ້ອງຖິ່ນເປັນເຈົ້າຂອງ ດ້ານການບໍລິຫານ ແລະ ຄຸ້ມຄອງປະສານງານຢູ່ຂັ້ນທ້ອງຖິ່ນທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງຊຸມຊົນດີຂຶ້ນ, ເພື່ອການອະນຸລັກຮີດຄອງປະເພນ , ປົກປັກຮັກສາຊັບພະຍາກອນທໍາມະຊາດ, ປະຫວັດສາດ ແລະ ມໍລະດົກທາງດ້ານວັດທະນະທໍາ.

ດາວໂລດ

ຮ່າງແຜນກິດຈະກໍາການທ່ອງທ່ຽວແບບອະນຸລັກ 4 ແຂວງພາກໃຕ້ 2022-2024 ແລະ 2025-2027

ຮ່າງແຜນກິດຈະກໍາການທ່ອງທ່ຽວແບບອະນຸລັກ 4 ແຂວງພາກໃຕ້ 2022-2024 ແລະ 2025-2027

ເພື່ອເພີ່ມອັດຕາການເຕີບໂຕຂອງການທ່ອງທ່ຽວ ໂດຍສະເພາະການທ່ອງທ່ຽວແບບອະນຸລັກໃນເຂດພາກໃຕ້. ຂອງ ສປປ ລາວ ມີອັດຕາການຂະຫຍາຍຕົວຢ່າງຕໍ່ເນື່ອງທີ່ຍືນຍົງກວ່າໃນໄລຍະຜ່ານມາ. ເພື່ອກະກຽມໃຫ້ແກ່ການຮ່ວມມືລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ. ພັດທະນາ​ວົງ​ຈອນ​ການທ່ອງທ່ຽວ​ແບບ​ນິ​ເວດ​ຂອງ​ສອງ​ປະ​ເທດ; ສຸມໃສ່ວົງຈອນກາເຟຢູ່ເຂດພູພຽງບໍລິເວນ ເຊິ່ງກວມເອົາ ພື້ນທີ່ຂອງ 4 ແຂວງພາກໃຕ້ ແລະ ເຂດປາກຊ່ອງຂອງແຂວງຈຳປາສັກ ໂດຍຖືເອົາແຂວງຈຳປາສັກເປັນສູນກາງຂອງການຮ່ວມມື ລາວ-ກຳປູເຈຍ ໃນການພັດທະນາວົງຈອນ ການທ່ອງທ່ຽວແບບອະນຸລັກ. ກອງປະຊຸມຄັ້ງທີ 1 ຕັ້ງເປົ້າວ່າຈະຮ່ວມກັນກໍານົດກິດຈະກໍາບູລິມະສິດຂອງການທ່ອງທ່ຽວແບບອະນຸລັກ 4 ​ແຂວງ​ພາກ​ໃຕ້​ເພື່ອ​ເປັນ​ທິດ​ທາງ​ໃນ​ການ​ກຳນົດ​ວຽກ​ງານ​ດັ່ງກ່າວ​ໃນ​ຂັ້ນ​ຕໍ່​ໄປ. 

ດາວໂລດ

ບັນຊີແຫຼ່ງທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ

ບັນຊີແຫຼ່ງທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ

ການສ້າງບັນຊີແຫຼ່ງທ່ອງທ່ຽວແບບປະຊາຊົນມີ ສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ ແມ່ນເພື່ອ ໃຫ້ຮູ້ເຖິງຈໍານວນ, ລາຍລະອຽດ ການທ່ອງທ່ຽວແບບປະຊາຊົນມ ສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ ຢູ່ບັນດາແຂວງ ເຫຼົ່ານັ້ນ, ກິດຈະກໍາການທ່ອງທ່ຽວທີ່ຊຸມຊົນທ້ອງຖີ່ນເປັນເຈົ້າຂອງ ດ້ານການບໍລິຫານ ແລະ ຄຸ້ມຄອງ ປະສານງານຢູ່ຂັ້ນທ້ອງຖິ່ນ ທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ ຂອງຊຸມຊົນດີຂຶ້ນ, ເພື່ອການອະນຸລັກຮີດຄອງປະເພນີ , ປົກປັກຮັກສາຊັບພະຍາກອນທໍາມະຊາດ, ປະຫວັດສາດ ແລະ ມໍລະດົກທາງດ້ານວັດທະນະທໍາ.

ດາວໂລດ

ວຽກພາຍໃນກົມການພັດທະນາທ່ອງທ່ຽວ

What We Doing

ວຽກພາຍໃນກົມການພັດທະນາທ່ອງທ່ຽວ

ກົມການພັດທະນາທ່ອງທ່ຽວ

ເປັນກົມວິຊາການໜຶ່ງ ຢູ່ໃນກົງຈັກການຈັດຕັ້ງຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (Tourism Development Department “TDD”) ມີພາລະບົດບາດເປັນເສນາທິການໃຫ້ຄະນະນຳກະຊວງໃນການຄົ້ນຄ້ວານະໂຍບາຍກ່ຽວກັບການພັດທະນາການທ່ອງທ່ຽວ ແລະ ສ້າງແຜນການພັດທະນາການທ່ອງທ່ຽວໃນທົ່ວປະເທດ. ອ່ານເພີ່ມ

ການທ່ອງທ່ຽວ ແບບອະນຸລັກ

ພະແນກການທ່ອງທ່ຽວ ແບບອະນຸລັກ

ແມ່ນພະແນກທີ່ໄດ້ເຮັດວຽກໃກ້ສິດກັບປະຊາຊົນ ເພື່ອປັບປຸງ ແລະ ເສີມຂະຫຍາຍວຽກງານ ການທ່ອງທ່ຽວແບບອະນຸລັກແບບປະຊາຊົນມີສ່ວນຮ່ວມ ໃຫ້ໄດ້ຮັບມາດຕະຖານອາຊຽນ ເຊັ່ນ: ມາດຕະຖານເຮືອນພັກແຮມປະຊາຊົນ. ອ່ານເພີ່ມ

ການສຳຫຼວດ-ອອກແບບ ແລະ ຈັດສັນແຫຼ່ງທ່ອງທ່ຽວ

ການສຳຫຼວດ-ອອກແບບ ແລະ ຈັດສັນແຫຼ່ງທ່ອງທ່ຽວ

ແມ່ນຈັດຕັ້ງໃນຂອບເຂດທົ່ວປະເທດ, ເພື່ອຄົ້ນຄວ້າ ແລະ ໃຫ້ຄຳແນະນຳທາງວີຊາການ, ໃຫ້ແກ່ຜູ້ລົງທືນສຳປະທານແຫຼ່ງທ່ອງທ່ຽວ ໂດຍອີງຕາມການສະເໜີພາກສ່ວນທີ່ກ່ຽວຂ້ອງ. ປະສານ​ສົມທົບ​ກັບ​ບັນດາພະແນກ​​ພາຍ​ໃນ​ກົມ, ບັນດາກົມອ້ອມ​ຂ້າງ​ກະຊວງ ຖວທ ​ແລະ ພາກສ່ວນອື່ນໆ​​​ ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ພະແນກ. ອ່ານເພີ່ມ


ງານສະຖິຕິ ແລະ ວິໄຈ ທ່ອງທ່ຽວ

ພະແນກວິໄຈການທ່ອງທ່ຽວ ແລະ ບໍລິຫານ

ແມ່ນວຽກງານພື້ນຖຳນຂອງການພັດທະນາເສດຖະກິດ - ສັງຄົມ ໂດຍສະເພາະແລ້ວແມ່ນຕໍ່ກັບການວາງແຜນ, ການຄົ້ນຄ້ວາວິໄຈ ແລະ ການກຳນົດຍຸດທະສຳດຂອງທຸກຂະແໜງການ.ດັ່ງນັ້ນ, ການເກັບກຳຂໍ້ມູນ ທທງດ້ານສະຖິຕິທີ່ຄົບຖ້ວນ ແລະ ຊັດເຈນ ຈຶ່ງເປັນສີ່ງສຳຄັນທີ່ສຸດ. ອ່ານເພີ່ມ


ແຜນ ແລະ ການພັດທະນາ ທ່ອງທ່ຽວ

ພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວ

ແມ່ນພະແນກທີ່ໜ້າທີ່ການຈັດຕັ້ງປະຕິບັດມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ, ເພຶ່ອລົງກວດກາເບິ່ງສະພາບຂອງສະຖານທີ່ທ່ອງທ່ຽວ ວ່າຍັງມີຂໍ້ຄົງຄ້າງ ແລະ ບັນຫາໃດທີ່ຄວນຈະຕ້ອງປັບປຸງໃຫ້ແທດເໝາະກັບແຜນພັດທະນາການທ່ອງທ່ຽວ ແລະ ເປັນໄປຕາມມາດຕະຖາານກາານຈັດລະດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ. ອ່ານເພີ່ມ

ນິຕິກຳ ທ່ອງທ່ຽວ

ນິຕິກຳ ໃນ ສປປ ລາວ

ອ່ານເພີ່ມ
ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ
© ກົມພັດທະນາການທ່ອງທ່ຽວ 2022
ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
ໂທລະສັບ: +856 30 58 24 071, ແຟັກ: +856 21 212248
ອີເມວ: tourism@tdd.gov.la