ກົມພັດທະນາການທ່ອງທ່ຽວ

- ສຳຫຼວດເກັບກຳຂໍ້ມູນແຫຼ່ງທ່ອງທ່ຽວ, ອອກແບບ, ຈັດສັນ ແລະ ຂື້ນບັນຊີແຫຼ່ງທ່ອງທ່ຽວໃນຂອບເຂດທົ່ວປະເທດ.
- ກຳນົດ, ວາງແຜນພັດທະນາ, ປັບປຸງບູລະນະແຫຼ່ງທ່ອງທ່ຽວທຳມະຊາດ, ແຫຼ່ງທ່ອງທ່ຽວວັດທະນະທຳ ແລະ ປະຫວັດສາດໃນຂອບເຂດທົ່ວປະເທດ.
- ພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຮອງຮັບບັນດາແຫຼ່ງທ່ອງທ່ຽວ.
- ສ້າງໂຄງການພັດທະນາການ ທ່ອງທ່ຽວຕາມພາລະບົດບາດຂອງກົມ.

- ຈັດຕັ້ງປະຕິບັດ ແລະ ປະສານງານກັບຫົວໜ່ວຍຈັດຕັ້ງປະຕິບັດໂຄງການປະຈຳເດືອນ, ປະຈຳງວດ, 6 ເດືອນ ແລະ ປະຈຳປີ ເພື່ອສະຫຼຸບລາຍງານໃຫ້ແກ່ຄະນະນຳກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
- ຈັດຕັ້ງກອງປະຊຸມ, ສຳມະນາ, ຊຸດຝຶກອົບຮົມທາງດ້ານວິຊາການທີ່ກ່ຽວພັນກັບວຽກງານພັດທະນາການທ່ອງທ່ຽວ, ການທ່ອງທ່ຽວແບບອະນຸລັກ, ວິໄຈການທ່ອງທ່ຽວ ແລະ ສຳຫຼວດອອກແບບແຫຼ່ງທ່ອງທ່ຽວຕາມການຕົກລົງເຫັນດີ ຂອງຄະນະນຳ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
- ເປັນເຈົ້າການໃນການຊີ້ນໍານໍາພາ ແລະ ກວດກາທາງດ້ານວິຊາການກ່ຽວກັບການພັດທະນາຜະລິດຕະພັນການທ່ອງທ່ຽວໂດຍການລົງທຶນຂອງລັດ ແລະ ການລົງທຶນພັດທະນາແຫຼ່ງທ່ອງທ່ຽວຂອງພາກທຸລະກິດໃນຂອບເຂດທົ່ວປະເທດ.
- ຄຸ້ມຄອງ, ຕິດຕາມ ແລະ ນໍາພາການຈັດຕັ້ງປະຕິບັດໂຄງການພັດທະນາການທ່ອງທ່ຽວທີ່ໄດ້ຮັບການສະໜັບສະໜູນຊວ່ຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນ ຕາມການຕົກລົງເຫັນດີຂອງຂັ້ນເທິງ;
- ຄຸ້ມຄອງເກັບກໍາ ແລະ ສະຫຼຸບສັງລວມສະຖິຕິກ່ຽວກັບການພັດທະນາການທ່ອງທ່ຽວ;
- ສະຫຼຸບສັງລວມລາຍງານສະພາບການເຄື່ອນໄຫວຮອບດ້ານຂອງກົມໃຫ້ຂັ້ນເທິງ ແລະ ນໍາເອົາທິດທາງແຜນການຂອງຂັ້ນເທິງລົງມາເຜີຍແຜ່ຈັດຕັ້ງປະຕິບັດ.

ວຽກພາຍໃນກົມການພັດທະນາທ່ອງທ່ຽວ
ວຽກພາຍໃນກົມການພັດທະນາທ່ອງທ່ຽວ
ກົມການພັດທະນາທ່ອງທ່ຽວ
ເປັນກົມວິຊາການໜຶ່ງ ຢູ່ໃນກົງຈັກການຈັດຕັ້ງຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (Tourism Development Department “TDD”) ມີພາລະບົດບາດເປັນເສນາທິການໃຫ້ຄະນະນຳກະຊວງໃນການຄົ້ນຄ້ວານະໂຍບາຍກ່ຽວກັບການພັດທະນາການທ່ອງທ່ຽວ ແລະ ສ້າງແຜນການພັດທະນາການທ່ອງທ່ຽວໃນທົ່ວປະເທດ. ອ່ານເພີ່ມ
ການທ່ອງທ່ຽວ
ແບບອະນຸລັກ
ພະແນກການທ່ອງທ່ຽວ ແບບອະນຸລັກ
ແມ່ນພະແນກທີ່ໄດ້ເຮັດວຽກໃກ້ສິດກັບປະຊາຊົນ ເພື່ອປັບປຸງ ແລະ ເສີມຂະຫຍາຍວຽກງານ ການທ່ອງທ່ຽວແບບອະນຸລັກແບບປະຊາຊົນມີສ່ວນຮ່ວມ ໃຫ້ໄດ້ຮັບມາດຕະຖານອາຊຽນ ເຊັ່ນ: ມາດຕະຖານເຮືອນພັກແຮມປະຊາຊົນ. ອ່ານເພີ່ມ
ການສຳຫຼວດ-ອອກແບບ
ແລະ ຈັດສັນແຫຼ່ງທ່ອງທ່ຽວ
ການສຳຫຼວດ, ອອກແບບ ແລະ ຈັດສັນແຫຼ່ງທ່ອງທ່ຽວ
ແມ່ນຈັດຕັ້ງໃນຂອບເຂດທົ່ວປະເທດ, ເພື່ອຄົ້ນຄວ້າ ແລະ ໃຫ້ຄຳແນະນຳທາງວີຊາການ, ໃຫ້ແກ່ຜູ້ລົງທືນສຳປະທານແຫຼ່ງທ່ອງທ່ຽວ ໂດຍອີງຕາມການສະເໜີພາກສ່ວນທີ່ກ່ຽວຂ້ອງ. ປະສານສົມທົບກັບບັນດາພະແນກພາຍໃນກົມ, ບັນດາກົມອ້ອມຂ້າງກະຊວງ ຖວທ ແລະ ພາກສ່ວນອື່ນໆ ຕາມຂອບເຂດຄວາມຮັບຜິດຊອບຂອງພະແນກ. ອ່ານເພີ່ມ
![]()
ວຽກສະຖິຕິ ແລະ ວິໄຈການທ່ອງທ່ຽວ
ພະແນກສະຖິຕິ ແລະ ວິໄຈການທ່ອງທ່ຽວ
ແມ່ນວຽກງານພື້ນຖຳນຂອງການພັດທະນາເສດຖະກິດ - ສັງຄົມ ໂດຍສະເພາະແລ້ວແມ່ນຕໍ່ກັບການວາງແຜນ, ການຄົ້ນຄ້ວາວິໄຈ ແລະ ການກຳນົດຍຸດທະສຳດຂອງທຸກຂະແໜງການ.ດັ່ງນັ້ນ, ການເກັບກຳຂໍ້ມູນ ທທງດ້ານສະຖິຕິທີ່ຄົບຖ້ວນ ແລະ ຊັດເຈນ ຈຶ່ງເປັນສີ່ງສຳຄັນທີ່ສຸດ. ອ່ານເພີ່ມ
![]()
ວາງແຜນ ແລະ ພັດທະນາການທ່ອງທ່ຽວ
ພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວ
ແມ່ນພະແນກທີ່ໜ້າທີ່ການຈັດຕັ້ງປະຕິບັດມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ, ເພຶ່ອລົງກວດກາເບິ່ງສະພາບຂອງສະຖານທີ່ທ່ອງທ່ຽວ ວ່າຍັງມີຂໍ້ຄົງຄ້າງ ແລະ ບັນຫາໃດທີ່ຄວນຈະຕ້ອງປັບປຸງໃຫ້ແທດເໝາະກັບແຜນພັດທະນາການທ່ອງທ່ຽວ ແລະ ເປັນໄປຕາມມາດຕະຖາານກາານຈັດລະດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ. ອ່ານເພີ່ມ
ນິຕິກຳ ທ່ອງທ່ຽວ
ໂຄງຮ່າງການຈັດຕັ້ງ
ຂ່າວສານລາຍເດືອນ
ພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວໄດ້ລົງຢ້ຽມຢາມຫໍພິພິຕະພັນສີລະປະລາວ
ວັນທີ 28 ທັນວາ 2022 ພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ ນຳໂດຍທ່ານ ສົມໄຊ ສີປະເສີດ, ຮອງຫົວຫນ້າກົມ ໄດ້ລົງຢ້ຽມຢາມຫໍພິພິຕະພັນສີລະປະລາວ (Lao Art Museum)...
ຊົມເຊີຍຜົນງານ 05 ປີ ຜ່ານການມອບຫລຽນໄຊແຮງງານໃຫ້ທີມອ້າຍນ້ອງກົມພັດທະນາການທ່ອງທ່ຽວ
ຍ້ອນມີການນໍາພາຊີ້ນໍາຂອງການນໍາກົມພັດທະນາການທ່ອງທ່ຽວໃນໄລຍະຜ່ານມາ, ຈຶ່ງມີພວກເຮົາໃນມື້ນີ້! ຂໍຂອບໃຈການຈັດຕັ້ງທຸກຂັ້ນ...
ກອງປະຊຸມແຜນແມ່ບົດຄຸ້ມຄອງຕົວເມືອງທ່ອງທ່ຽວ ເມືອງວັງວຽງ ສຳລັບປີ 2023-2033
ກອງປະຊຸມລະຫວ່າງຄະນະຮັບຜິດຊອບປັບປຸງແຜນແມ່ບົດຄຸ້ມຄອງຕົວເມືອງທ່ອງທ່ຽວເມືອງວັງວຽງຂັ້ນສູນກາງ, ຂັ້ນທ້ອງຖິ່ນ, ພາກລັດ ແລະ ພາກທຸລະກິດເພື່ອ ປຶກສາຫາລື...
ເອກສານອອກໃຫ່ມ
Recently Publishing
ບົດລາຍງານສະຖິຕິການທ່ອງທ່ຽວ 2021
ໃນປິ 2020 ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບອັນຮ້າຍແຮງຕໍ່ການທ່ອງທ່ຽວທົ່ວໂລກ. ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ, ລັດຖະບານໄດ້ປະກາດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດຢ່າງເຂັ້ມງວດ ລວມທັງການປິດດ່ານສາກົນຕ່າງໆ ນັບແຕ່ເດືອນ ເມສາ 2020, ເປັນຕົ້ນມາເຮັດໃຫ້ນັກທ່ອງທ່ຽວສາກົນຫຼຸດລົງ - 81.5% ຫຼຸດຈາກ 4,791,065 ຄົນ ໃນປິ 2019 ເຫຼືອພຽງ 886,447 ຄົນ. ນັບຕັ້ງແຕ່ເດືອນເມສາ 2020 ເປັນຕົ້ນມາ ຈົນຮອດ ເດືອນ 12 ປີ 2021 ລັດຖະບານຍັງສຶບຕິປະຕິບັດມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍບໍ່ໄດ້ເປີດຕ້ອນຮັບນັກທ່ອງທ່ຽວ ຈຶ່ງເປັນສາເຫດເຮັດໃຫ້ ສປປ ລາວ ບໍ່ມີນັກທ່ອງທ່ຽວ ຈາກພາກພຶ້ນ ແລະ ສາກົນ.
ດາວໂລດ
ບັນຊີແຫຼ່ງທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ
ຈຸດປະສົງຕົ້ນຕໍຂອງການສ້າງບັນຊີແຫຼ່ງທຼ່ອງທຼ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ ນັ້ນແມ່ນເພື່ອ ໃຫ້ຮູ້ເຖິງຈໍານວນ, ລາຍລະອຽດ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ ຢູ່ບັນດາແຂວງ ເຫຼົ່ານັ້ນ, ກິດຈະກໍາການທ່ອງທ່ຽວຊຸມຊົນທ້ອງຖິ່ນເປັນເຈົ້າຂອງ ດ້ານການບໍລິຫານ ແລະ ຄຸ້ມຄອງປະສານງານຢູ່ຂັ້ນທ້ອງຖິ່ນທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງຊຸມຊົນດີຂຶ້ນ, ເພື່ອການອະນຸລັກຮີດຄອງປະເພນ, ປົກປັກຮັກສາຊັບພະຍາກອນທຳມະຊາດ, ປະຫວັດສາດ, ມໍລະດົກທາງດ້ານວັດທະນະທໍາ.
ບັນຊີແຫຼ່ງທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ
ການສ້າງບັນຊີແຫຼ່ງທ່ອງທ່ຽວແບບປະຊາຊົນມີ ສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ ແມ່ນເພື່ອ ໃຫ້ຮູ້ເຖິງຈໍານວນ, ລາຍລະອຽດ ການທ່ອງທ່ຽວແບບປະຊາຊົນມ ສ່ວນຮ່ວມ ແລະ ເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ ຢູ່ບັນດາແຂວງ ເຫຼົ່ານັ້ນ, ກິດຈະກໍາການທ່ອງທ່ຽວທີ່ຊຸມຊົນທ້ອງຖີ່ນເປັນເຈົ້າຂອງ ດ້ານການບໍລິຫານ ແລະ ຄຸ້ມຄອງ ປະສານງານຢູ່ຂັ້ນທ້ອງຖິ່ນ ທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ ຂອງຊຸມຊົນດີຂຶ້ນ, ເພື່ອການອະນຸລັກຮີດຄອງປະເພນີ , ປົກປັກຮັກສາຊັບພະຍາກອນທໍາມະຊາດ, ປະຫວັດສາດ ແລະ ມໍລະດົກທາງດ້ານວັດທະນະທໍາ.
ມາດຕະຖານຫ້ອງນຳ້ສາທາລະນະອາຊຽນ
ຈຸດປະສົງຂອງມາດຕະຖານສະບັບນີ້ ແມ່ນເພື່ອພັດທະນາມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ທີ່ສາມາດນໍາໄປປະຕິບັດໂດຍບັນດາປະເທດສະມາຊິກ ເພື່ອຮັບປະກັນຄຸນນະພາບ, ຄວາມສະດວກ, ຄວາມປອດໄພ, ແລະ ການຈັດການສີ່ງເສດເຫຼືອທີ່ເໝາະສົມ ຂອງຫ້ອງນໍ້າສາທາລະນະ ຢູ່ໃນຈຸດໝາຍປາຍທາງການທ່ອງທ່ຽວພາຍໃນພູມິພາກອາຊຽນ.









