
ການກວດກາປັບປຸງເສັ້ນທາງ
ຢູ່ເຂດຫນ້າເຂື່ອນນໍ້າງື່ມ
ຄະນະຊີ້ນໍາໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ລົງຊຸກຍູ້ຕິດຕາມກວດກາການປັບປຸງເສັ້ນທາງ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ຢູ່ເຂດຫນ້າເຂື່ອນນໍ້າງື່ມ, ເມືອງແກ້ວອຸດົມ ແລະ ເມືອງວັງວຽງ, ແຂວງວຽງຈັນ ໃນລະຫວ່າງວັນທີ 27-28 ກຸມພາ 2023.
ໃນລະຫວ່າງວັນທີ 28 ກຸມພາ - 2 ມີນາ 2023 ກົມພັດທະນາການທ່ອງທ່ຽວ ໄດ້ຈັດຊຸດຝຶກອົບຮົມວຽກງານເກັບກຳສະຖິຕິການທ່ອງທ່ຽວ ໃຫ້ແກ່ບຸກຄະລາກອນຜູ້ຮັບຜິດຊອບວຽກງານສະຖິຕິການທ່ອງທ່ຽວຂັ້ນແຂວງ ໃນທົ່ວປະເທດ ໂດຍການເປັນປະທານຂອງທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.






