25 November 2022
ຈັດງານສໍາມະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ (Community-Based Tourism, CBT)
ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບສູນອາຊຽນ-ຢີປຸ່ນ (ASEAN Japan-Center) ໄດ້ຈັດງານສໍາມະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ (Community-Based Tourism, CBT) ສໍາລັບປະເທດ ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ສສ ຫວຽດນາມ (CLMV) ຂຶ້ນໃນວັນທີ 23 ພະຈິກ 2022 ທີ່ນະຄອນຫຼວງພະບາງ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ, ກະຊວງ ຖວທ, ມີຜູ້ຕາງໜ້າຈາກສູນອາຊຽນ-ຍີ່ປຸ່ນ, ຜູ້ຕາງໜ້າຈາກອົງການພັດທະນາພື້ນທີ່ພິເສດ ຈາກປະເທດໄທ (DASTA), ມີບັນດາທ່ານຜູ້ແທນຈາກພາກລັດ ແລະ ພາກທຸລະກິດ ທີ່ຮັບຜິດຊອບວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຈາກບັນດາປະເທດ CLMV ເຂົ້າຮ່ວມ.ຈຸດປະສົງຂອງການຈັດສໍາມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການທ່ອງທ່ຽວ ຜູ້ທີ່ຮັບຜິດຊອບວຽກງານການທ່ອງທ່ຽວແບບປະຊົນມີສ່ວນຮ່ວມ ຈາກພາກລັດ, ຜູ້ປະກອບການທຸລະກິດທ່ອງທ່ຽວ ຈາກບັນດາປະເທດ CLMV, ງານສຳມະນາຄັ້ງນີ້ຈະດຳເນີນໄປຈົນຮອດວັນທີ 25 ພະຈິກ ຈຶ່ງຈະສຳເລັດ.






