25 November 2022
·
ການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ໃນອະນຸພາກພື້ນແມ່ນໍ້າຂອງ
ຄະນະຊີ້ນຳໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ໃນອະນຸພາກພື້ນແມ່ນໍ້າຂອງ ຂັ້ນສູນກາງ ນຳໂດຍທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖວທ, ພ້ອມດ້ວຍຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ (ADB) ໄດ້ລົງກວດກາການຈັດຕັ້ງປະຕິບັດໂຄງການຢູ່ບັນດາພື້ນທີ່ເປົ້າໝາຍ ເປັນຕົ້ນແມ່ນການກໍ່ສ້າງໂຄງລ່າງພື້ນຖານ ແລະ ປັບປຸງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ຕ່າງໆ. ການລົງເຄື່ອນໄຫວວຽກຄັ້ງນີ້ແມ່ນເພື່ອເປັນການຊຸກຍູ້ ແລະ ປະເມີນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກຳໃຫ້ມີຜົນສຳເລັດຕາມໄລຍະເວລາ ຢ່າງມີຄຸນນະພາບ