5 September 2022
ເຜີຍແຜ່ມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວ
ກອງປະຊຸມເຜີຍແຜ່ມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວ ຂອງ ສປປ ລາວ ຈັດໂດຍກົມພັດທະນາການການທ່ອງທ່ຽວ ໃຫ້ກັບບັນດາກົມ, ບັນດາກະຊວງກ່ຽວຂ້ອງ, ພະແນກ ຖວທ 18 ແຂວງທົ່ວປະເທດ ແລະ ພາກທຸລະກິດການທ່ອງທ່ຽວ. ໂດຍການເປັນປະທານຂອງທ່ານ ຮອງລັດຖະມົນຕີກະຊວງ ຖວທ.
ມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວ ເປັນມາດຕະຖານຫນຶ່ງທີ່ມີຄວາມສຳຄັນຕໍ່ກັບການພັດທະນາການທ່ອງທ່ຽວ ໂດຍສະເພາະແມ່ນຕໍ່ກັບເຈົ້າຂອງສະຖານທີ່ທ່ອງທ່ຽວ ທີ່ຈະພັດທະນາສະຖານທີ່ທ່ອງທ່ຽວ ໃຫ້ມີຄຸນນະພາບ ກ້າວໄປສູ່ການເປັນມາດຕະຖານທີ່ນັກທ່ອງທ່ຽວໄດ້ມາທ່ຽວຊົມແລ້ວມີຄວາມປະທັບໃຈ ແລະ ຢາກກັບມາອີກ.
ທ່ານສາມາດດາວໂຫລດເອກະສານມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວ ຂອງ ສປປ ລາວ ໄດ້ທີ່ລີ້ງດ້ານລຸ່ມນີ້ເພື່ອຮຽນຮູ້ການສະມັດເພີ່ມເຕີມ.