25 November 2022 ·

ສຳເລັດການຝຶກອົບຮົມນຳໃຊ້ໂປຣແກຣມຄອມພິວເຕີ

ການນຳໃຊ້ໂປຣແກຣມຄອມພິວເຕີ ໃຫ້ແກ່ພະນັກງານໃນຂະແໜງ ກທລ ຂັ້ນສູນກາງແມ່ນມີຄວາມສຳຄັນໃນການຍົກລະດັບຄວາມຮູ້ ດ້ານການນຳໃຊ້ software ຄວາມສາມາດຂອງພະນັກງານໃນກົມ ກທລ ແມ່ນມີຄວາມສຳຄັນເພື່ອຮັບໃຊ້ໃນວຽກງານທ່ອງທ່ຽວ ເພື່ອໃຫ້ເກີດປະສິດທິພາບ ແລະ ສາມາດຮັບໃຊ້ຕົວຈີງກັບໃນການສ້າງ ສື່ສີ່ງພີມ ຫຼື ສື່ ດິຈິຕອນ ໃຫ້ມີຄຸນນະພາບ ເພາະໂລກປະຈຸນແມ່ນກຳລັງມີການພັດນາໄປໄວ. ໂລກແຫ່ງການເຮັດທຸລະກິດຈະປ່ຽນແປງໜ້າຕາຈາກເດີມຫຼັງພົ້ນວິກິດການ ໂຄວິດ 19 ສິ່ງສຳຄັນບໍ່ແມ່ນພຽງ ເພື່ອຄວາມຢູ່ລອດເທົ່ານັ້ນ ແຕ່ຊີວິດຫຼັງວິກິດການໂຄວິດ 19 ຜູ້ປະກອບການທຸລະກິດຕ້ອງເຮັດແນວໃດ ນີ້ຄືສິ່ງທ້າທາຍຫຼາຍ ກວ່າ. ເຕັກໂນໂລຢີຈະເຂົ້າມາແນ່ນອນ ເຊີ່ງເປັນ ສັນຍາເຕື່ອນໃຫ້ຜູ້ປະກອບການທຸລະກິດຕ້ອງປັບຕົວ ແລະ ກຽມ ຮັບມື ເພື່ອພິກສະຖານະການໃຫ້ເປັນໂອກາດ.